#ຄະນະຜູ້ແທນ ຄະນະກັມມາທິການສາທາຣະນູປະການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແລະ ແນວລາວສ້າງຊາດ ລົງຢ້ຽມຢາມ-ພົບປະການນໍາແຂວງຫຼວງນໍ້າທາ ເພື່ອບັນເທົາທຸກຜູ້ປະສົບໄພນໍ້າຖ້ວມ
ໃນຕອນເຊົ້າຂອງວັນທີ 20 ຕຸລາ 2026, ທີ່ສໍານັກງານປົກຄອງແຂວງຫຼວງນໍ້າທາ, ຄະນະຜູ້ແທນຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ ຮ່ວມກັບ ແນວລາວສ້າງຊາດ ໄດ້ເຂົ້າພົບປະການນໍາຂັ້ນສູງຂອງແຂວງຫຼວງນໍ້າທາ ເພື່ອແຈ້ງຈຸດປະສົງການເຄື່ອນໄຫວ ແລະ ຢ້ຽມຢາມຖາມຂ່າວພໍ່ແມ່ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ.
ຄະນະຝ່າຍສົງ ນໍາໂດຍ ພຣະອາຈານໃຫຍ່ ບຸນເສີຍ ເພົາພາສິດ, ຄະນະບໍລິຫານງານປະຈຳການ ສູນກາງ ອພສ, ຮອງຫົວໜ້າກັມມາທິການສາທາຣະນູປະການ ສູນກາງ ອພສ, ຮອງປະທານ ອພສ ນະຄອນຫຼວງ ວຽງຈັນ, ປະທານ ອພສ ເມືອງສີໂຄດຕະບອງ ພ້ອມດ້ວຍຄະນະພຣະສົງ 11 ອົງ ຈາກກັມມາທິການສາທາຣະນູປະການ ສູນກາງ ອພສ, ອພສ ນະຄອນຫຼວງວຽງຈັນ, ອພສ ເມືອງສີໂຄດຕະບອງ ແລະ ພຣະອາຈານ ບຸນທໍາ ບຸນວົງ ຄະນະກໍາມະການສູນກາງ ອພສ, ປະທານ ອພສ ແຂວງຫຼວງນໍ້າທາ.
ຝ່າຍຄາຣະວາດ ນໍາໂດຍ ທ່ານ ຈັນສີ ແກ້ວໄມວັນ ຮອງປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ທ່ານ ທອງຄູນ ສີອຸດົມ ປະທານແນວລາວສ້າງຊາດ ເມືອງຈັນທະບູລີ, ພ້ອມດ້ວຍຜູ້ຕາງໜ້າຈາກກົມສາສະໜາ ສູນກາງແນວລາວສ້າງຊາດ ແລະ ຜູ້ຕາງໜ້າແນວລາວສ້າງຊາດ 9 ຕົວເມືອງ ທົ່ວນະຄອນຫຼວງວຽງຈັນ.
ການພົບປະຄັ້ງນີ້ ໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ອ່ອນຈັນ ຄໍາພາວົງ ຮອງເລຂາພັກ ແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະນໍາຂອງແຂວງ.
ໃນໂອກາດດັ່ງກ່າວ, ຄະນະຜູ້ແທນໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວ ແລະ ຄວາມເປັນຫ່ວງເປັນໄຍຢ່າງເລິກເຊິ່ງ ຈາກ ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ມາຍັງການນໍາພັກ-ລັດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງຫຼວງນໍ້າທາ, ໂດຍສະເພາະແມ່ນຄອບຄົວທີ່ໄດ້ຮັບຜົນກະທົບໜັກໜ່ວງຈາກໄພນໍ້າຖ້ວມທີ່ຜ່ານມາ.
ຕາງໜ້າໃຫ້ການນໍາພັກ-ລັດ ແຂວງຫຼວງນໍ້າທາ, ທ່ານ ອ່ອນຈັນ ຄໍາພາວົງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງມາຍັງຄະນະສົງ ສູນກາງ ອພສ ແລະ ຄະນະນໍາແນວລາວສ້າງຊາດທຸກຂັ້ນ ທີ່ໄດ້ໃຫ້ຄວາມເມດຕາ ແລະ ຊ່ວຍເຫຼືອແຂວງຫຼວງນໍ້າທາໃນຍາມປະສົບຄວາມຫຍຸ້ງຍາກ. ພ້ອມດຽວກັນ, ທ່ານຍັງໄດ້ລາຍງານສະພາບໄພພິບັດນໍ້າຖ້ວມທີ່ເກີດຂຶ້ນລະຫວ່າງວັນທີ 29–31 ສິງຫາ 2026, ເຊິ່ງເກີດຈາກຝົນຕົກໜັກຕິດຕໍ່ກັນຫຼາຍວັນ ສົ່ງຜົນໃຫ້ພື້ນຖານໂຄງລ່າງ ແລະ ຊັບສິນຂອງລັດ ພ້ອມທັງປະຊາຊົນເສຍຫາຍຢ່າງໜັກໜ່ວງໃນ 5 ເມືອງ ຄື: ເມືອງຫຼວງນໍ້າທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ. ໄພພິບັດດັ່ງກ່າວກວມເອົາ 81 ບ້ານ, ມີ 4,420 ຫຼັງຄາເຮືອນ, ປະຊາຊົນໄດ້ຮັບຜົນກະທົບໜັກເຖິງ 24,849 ຄົນ ແລະ ມີເຮືອນຊານຖືກກະແສນໍ້າພັດໄຫຼເສຍຫາຍໄປທັງໝົດ 457 ຫຼັງຄາເຮືອນ.

photo_library ຮູບພາບປະກອບ 1 ຮູບ
ຄລິກທີ່ຮູບເພື່ອເບິ່ງຂະໜາດໃຫຍ່ ແລະ ສາມາດເລື່ອນເບິ່ງຮູບທັງໝົດໄດ້
zoom_in
ຮູບທີ 1
ຄລິກເບິ່ງ
spa