ສະມາຄົມພະນັກງານນຳທ່ຽວລາວ ຈັດບັນຍາຍຫົວຂໍ້ "ປະຫວັດສາດລາວບູຮານ" ທີ່ວັດສີສະເກດ

ສະມາຄົມພະນັກງານນຳທ່ຽວລາວ ຈັດບັນຍາຍຫົວຂໍ້ "ປະຫວັດສາດລາວບູຮານ" ທີ່ວັດສີສະເກດ

calendar_today 03/07/2026 person SOMPHONE
arrow_back ກັບຄືນ
ນະຄອນຫຼວງວຽງຈັນ ໃນວັນທີ 02 ກໍລະກົດ 2026 ທີ່ຜ່ານມານີ້, ທີ່ວັດສີສະເກດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສະມາຄົມພະນັກງານນຳທ່ຽວລາວ ໄດ້ຈັດກິດຈະກຳຮັບຟັງການບັນຍາຍພິເສດໃນຫົວຂໍ້ "ປະຫວັດສາດລາວບູຮານ" ການຈັດງານໃນຄັ້ງນີ້ ມີຈຸດປະສົງສຳຄັນເພື່ອຍົກລະດັບຄວາມຮູ້, ຄວາມເຂົ້າໃຈກ່ຽວກັບຮາກເຫງົ້າທາງປະຫວັດສາດ ແລະ ວັດທະນະທຳອັນຍາວນານຂອງຊາດລາວ ໃຫ້ແກ່ບັນດາພະນັກງານນຳທ່ຽວ ແລະ ຜູ້ທີ່ສົນໃຈ ໄດ້ນຳໄປຜັນຂະຫຍາຍ ແລະ ຖ່າຍທອດຢ່າງຖືກຕ້ອງ.

#ການບັນຍາຍໃນຄັ້ງນີ້ ໄດ້ຮັບຄວາມເມຕຕາ ແລະ ເປັນກຽດຢ່າງສູງຈາກວິທະຍາກອນ ຈາກຜູ້ຊົງຄຸນວຸດທິລະດັບແນວໜ້າຂອງປະເທດ ເຖິງ 4 ອົງ/ທ່ານ ທີ່ມາຮ່ວມຖ່າຍທອດຄວາມຮູ້ ແລະ ປະສົບການ ປະກອບມີ:

1. ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ.
2. ພຣະອາຈານ ບຸນທະວີ ປະສິດທິສັກ ຮອງປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ຫົວໜ້າກັມມາທິການສາທາຣະນູປະການ ສູນກາງ ອພສ
3. ພຣະອາຈານ ໄຊຍະເດດ ວົງໂສພາ ຄະນະກັມມະການສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ
4. ທ່ານອາຈານ ປອ. ສຸເນດ ໂພທິສານ (ນັກປະຫວັດສາດລາວ)

ພາຍໃນງານ, ບັນດາວິທະຍາກອນໄດ້ຜັດປ່ຽນກັນຂຶ້ນນຳສະເໜີຂໍ້ມູນ, ຫຼັກຖານທາງປະຫວັດສາດ, ວິວັດທະນາການຂອງສັງຄົມລາວໃນຍຸກບູຮານ, ຕະຫຼອດຮອດການເຊື່ອມໂຍງລະຫວ່າງປະຫວັດສາດ ແລະ ພຸດທະສາສະໜາ ທີ່ມີບົດບາດສຳຄັນຕໍ່ວິຖີຊີວິດຂອງຄົນລາວມາແຕ່ອະດີດຈົນເຖິງປັດຈຸບັນ.

ສະຖານທີ່ຈັດງານ "ວັດສີສະເກດ" ຖືເປັນສະຖານທີ່ທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດຢ່າງຍິ່ງ ເຊິ່ງຊ່ວຍສ້າງບັນຍາກາດໃຫ້ການຮຽນຮູ້ມີຄວາມເລິກເຊິ່ງ ແລະ ເຫັນພາບພົດໄດ້ຊັດເຈນຕື່ມອີກ.
ທາງດ້ານສະມາຄົມພະນັກງານນຳທ່ຽວລາວ ໃນນາມຜູ້ຈັດງານ ໄດ້ເນັ້ນໜັກວ່າ: ການຈັດບັນຍາຍຄັ້ງນີ້ ຈະເປັນການເສີມສ້າງທັກສະ ແລະ ຄັງຂໍ້ມູນທີ່ຖືກຕ້ອງ ໃຫ້ແກ່ພະນັກງານນຳທ່ຽວ ເຊິ່ງເປັນ "ທູດວັດທະນະທຳ" ດ່ານໜ້າ ໃນການອະທິບາຍ ແລະ ເຜີຍແຜ່ປະຫວັດສາດລາວ ໃຫ້ແກ່ນັກທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງມີປະສິດທິພາບ, ທັງເປັນການຮ່ວມມືກັນອະນຸລັກຮັກສາມູນເຊື້ອອັນດີງາມຂອງຊາດໃຫ້ຄົງຢູ່ສືບໄປ.

ງານບັນຍາຍດັ່ງກ່າວ ໄດ້ຮັບຄວາມສົນໃຈ ແລະ ມີຜູ້ເຂົ້າຮ່ວມຮັບຟັງຢ່າງຄຶກຄື້ນ ພ້ອມທັງມີການແລກປ່ຽນຄຳຄິດຄຳເຫັນລະຫວ່າງຜູ້ເຂົ້າຮ່ວມ ແລະ ວິທະຍາກອນຢ່າງມີບັນຍາກາດຟົດຟື້ນ…..
spa