ສິດ ແລະ ໜ້າທີ່
ກັມມາທິການ ສາທາຣະນູປະການ
ຂໍ້ກໍານົດ ສິດ ແລະ ໜ້າທີ່ ຂອງກັມມາທິການ ສາທາຣະນູປະການ ຕາມລະບຽບ ໄດ້ກໍານົດໄວ້
ກັມມາທິການສາທາຣະນູປະການ ມີພາຣະບົດບາດ ໃນການຄຸ້ມຄອງ, ກໍ່ສ້າງ ແລະ ບູຣະນະປະຕິສັງຂອນສາສະນະສະຖານ, ສາສະນະວັດຖຸ, ປູຊະນີຍະວັດຖຸ ແລະ ສາສະນະສົມບັດ ຂອງພຣະພຸດທະສາສະໜາ ໃນຂອບເຂດທົ່ວປະເທດ, ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.
ສໍາລັບກັມມາທິການສາທາຣະນູປະການ ຂອງສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຂຽນເປັນຕົວອັກສອນຫຍໍ້ວ່າ "ກສປ", ສ່ວນກັມມາທິການສາທາຣະນູປະການ ຂອງອົງການພຸດທະສາສະໜາສັມພັນລາວ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຂຽນເປັນຕົວອັກສອນຫຍໍ້ວ່າ "ກສປ".
ກັມມາທິການສາທາຣະນູປະການ ຂອງສູນກາງ ແລະ ທ້ອງຖິ່ນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງທີ່ໄດ້ກໍານົດໄວ້ຂ້າງລຸ່ມນີ້: