ກ່ຽວກັບ chevron_right ຄູ່ມືລະບຽບການ
menu_book ຄູ່ມື ແລະ ລະບຽບການ

ຂໍ້ກໍານົດ ແລະ ລະບຽບການ
ກັມມາທິການ ສາທາຣະນູປະການ

ຫົວໜ້າກັມມາທິການສາທາຣະນູປະການ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ອອກຂໍ້ກໍານົດ ດັ່ງນີ້

1
flag
ມາດຕາ 1

ຈຸດປະສົງ

expand_more

ຂໍ້ກຳນົດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ ແລະການເຄື່ອນໄຫວ ຂອງກັມມາທິການສາທາຣະນູປະການ ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ແນໃສ່ເຮັດໃຫ້ການກຳນົດໂຄງປະກອບກົນໄກ, ພາລະບົດບາດ, ສິດ, ໜ້າທີ່ ແລະ ແບບແຜນວິທີເຮັດວຽກ ມີຄວາມສອດຄ່ອງ ແລະ ມີປະສິດທິພາບສູງ; ທັງນີ້ ກໍ່ເພື່ອຮັບປະກັນການຜັນຂະຫຍາຍຫຼັກພຣະທັມມະວິນັຍ, ທັມມະນູນສົງລາວ, ລັດຖະທຳມະນູນ, ກົດໝາຍ, ລະບຽບການ, ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມ ເຂົ້າໃນວຽກງານຂົງເຂດສາທາຣະນູປະການ ໃຫ້ມີຄວາມເປັນເອກະພາບໃນທົ່ວປະເທດ ແລະ ແທດເໝາະກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ.

2
account_tree
ມາດຕາ 2

ໂຄງປະກອບກົນໄກການຈັດຕັ້ງ

expand_more

ກັມມາທິການສາທາຣະນູປະການ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ປະກອບດ້ວຍ ຫ້ອງການກຳມາທິການ, ບັນດາຄະນະກຳມະການຝ່າຍຕ່າງໆ ດັ່ງນີ້:

  1. 1. ຄະນະກໍາມະການຫ້ອງການກັມມາທິການ;
  2. 2. ຄະນະກໍາມະການຮັບຜິດຊອບການເງິນ ແລະ ການບັນຊີ;
  3. 3. ຄະນະກໍາມະການຮັບຜິດຊອບປະຊາສຳພັນ;
  4. 4. ຄະນະກຳມະການຮັບຜິດຊອບສາທາຣະນູປະໂພກ.
3
manage_accounts
ມາດຕາ 3

ສິດ ແລະ ໜ້າທີ່ ຂອງຮອງຫົວໜ້າກັມມາທິການ ຝ່າຍບໍລິຫານ

expand_more
  1. 1. ຮັບຜິດຊອບ ແລະ ຈັດຕັ້ງປະຕິບັດໜ້າທີ່ແທນ ຫົວໜ້າກັມມາທິການ ຕາມການມອບໝາຍ ໃນກໍລະນີທີ່ຫົວໜ້າຕິດພາລະກິດທາງສາສະໜາ ຫຼື ບໍ່ສາມາດປະຕິບັດໜ້າທີ່ໄດ້;
  2. 2. ບໍລິຫານ-ຈັດການ ແລະ ຊີ້ນຳ-ນຳພາ ວຽກງານບໍລິຫານລວມ ຂອງກັມມາທິການສາທາຣະນູປະການ ໃຫ້ມີຄວາມຄ່ອງຕົວ ແລະ ສອດຄ່ອງຕາມພາລະບົດບາດ;
  3. 3. ພິຈາລະນາ ແລະ ລົງລາຍເຊັນ ເອກະສານທາງການດ້ານຕ່າງໆ ພາຍໃຕ້ຂອບເຂດສິດ ແລະ ຄວາມຮັບຜິດຊອບ ຂອງກັມມາທິການ;
  4. 4. ວາງແຜນ ແລະ ຈັດສັນວຽກງານບໍລິຫານພາຍໃນ ໃຫ້ມີຄວາມເໝາະສົມ, ແທດເໝາະກັບສະພາບຄວາມເປັນຈິງ;
  5. 5. ຊີ້ນຳ ແລະ ຮັບຜິດຊອບການເຄື່ອນໄຫວວຽກງານ ຂອງບັນດາຄະນະກຳມະການ ແລະ ໂຄງການຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງຝ່າຍບໍລິຫານ;
  6. 6. ຄຸ້ມຄອງວຽກງານບຸກຄະລາກອນ (ພຣະສົງ ແລະ ຄະລືຫັດ), ຈັດວາງບຸກຄະລາກອນລົງຊ່ວຍວຽກ ພ້ອມທັງຕິດຕາມ ແລະ ປະເມີນຜົນ;
  7. 7. ເປັນໃຈກາງໃນການພົວພັນ ແລະ ປະສານສົມທົບ ກັບບັນດາກະຊວງ, ອົງການທຽບເທົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງ;
  8. 8. ຊີ້ນຳ ແລະ ຮັບຜິດຊອບວຽກງານເອກະສານຂາເຂົ້າ-ຂາອອກ, ການຄົ້ນຄວ້າ ແລະ ສັງລວມເນື້ອໃນເອກະສານ;
  9. 9. ຄົ້ນຄວ້າ, ວາງແຜນ ແລະ ຄຸ້ມຄອງການນຳໃຊ້ງົບປະມານ ໃຫ້ມີຄວາມໂປ່ງໃສ, ປະຢັດ ແລະ ມີປະສິດທິຜົນ;
  10. 10. ຊີ້ນຳວຽກງານຈັດຊື້-ຈັດຈ້າງ, ການບຳລຸງຮັກສາຊັບສິນລວມ, ບູລະນະຫ້ອງການ;
  11. 11. ຄຸ້ມຄອງສາງວັດຖຸອຸປະກອນ ແລະ ຊີ້ນຳການແຈກຢາຍ ໃຫ້ແກ່ວັດ ຫຼື ສະຖານທີ່ຂາດເຂີນ;
  12. 12. ກະກຽມກອງປະຊຸມ, ສັງລວມ ແລະ ສ້າງບົດສະຫຼຸບຜົນການປະຕິບັດວຽກງານ ຢ່າງເປັນປົກກະຕິ;
  13. 13. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມພຣະທັມມະວິນັຍ ແລະ ຕາມການມອບໝາຍ.
4
school
ມາດຕາ 4

ສິດ ແລະ ໜ້າທີ່ ຂອງຮອງຫົວໜ້າກັມມາທິການ ຝ່າຍວິຊາການ

expand_more
  1. 1. ຮັບຜິດຊອບ ແລະ ຈັດຕັ້ງປະຕິບັດໜ້າທີ່ແທນ ຫົວໜ້າກັມມາທິການ ຕາມການມອບໝາຍ;
  2. 2. ຮັບຜິດຊອບ ແລະ ຊີ້ນຳວຽກງານ ຂອງບັນດາຄະນະກໍາມະການ ແລະ ໂຄງການຕ່າງໆ ຂອງຝ່າຍວິຊາການ;
  3. 3. ພິຈາລະນາ ແລະ ລົງລາຍເຊັນ ເອກະສານທາງການ ພາຍໃຕ້ຂອບເຂດສິດ;
  4. 4. ຄົ້ນຄວ້າ, ສ້າງແຜນດຳເນີນງານ, ຂໍ້ກຳນົດ, ກົດລະບຽບ, ຄູ່ມື-ຫຼັກສູດ;
  5. 5. ຮັບຜິດຊອບຈັດຕັ້ງໜ່ວຍງານຝຶກອົບຮົມ, ສຶກສາ, ເຜີຍແຜ່ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ;
  6. 6. ສັງລວມ, ສະຫຼຸບ ແລະ ລາຍງານການປະຕິບັດວຽກງານ ຕໍ່ຄະນະບໍລິຫານ ຢ່າງເປັນປົກກະຕິ;
  7. 7. ຄົ້ນຄວ້າ ແລະ ກຳນົດລະບຽບການ, ມາດຕະຖານເຕັກນິກ ກ່ຽວກັບການກໍ່ສ້າງ ແລະ ບູລະນະປະຕິສັງຂອນວັດ;
  8. 8. ໃຫ້ຄຳປຶກສາດ້ານການອອກແບບສິລະປະວັດທະນະທຳພຸດທະສາສະໜາລາວ ໃຫ້ຖືກຕ້ອງຕາມຮີດຄອງ;
  9. 9. ສ້າງຄູ່ມື ແລະ ຈັດຝຶກອົບຮົມວິຊາການ ໃຫ້ແກ່ພຣະສົງ-ສາມະເນນ, ຄາລະວາດ;
  10. 10. ກວດກາ ແລະ ຢັ້ງຢືນແບບແຕ້ມ (Blueprints) ຂອງສິມ, ກຸຕິ, ທາດ ແລະ ສິ່ງກໍ່ສ້າງ;
  11. 11. ສ້າງຖານຂໍ້ມູນບັນຊີລາຍຊື່ ວັດວາອາຮາມ ທີ່ເປັນມໍລະດົກວັດທະນະທຳ ເພື່ອວາງແຜນການອະນຸລັກ;
  12. 12. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ.
5
business
ມາດຕາ 5

ສິດ ແລະ ໜ້າທີ່ ຄະນະກໍາມະການຫ້ອງການ

expand_more

ມີພາລະບົດບາດເປັນເສນາທິການຮອບດ້ານ ໃຫ້ແກ່ຄະນະບໍລິຫານງານກັມມາທິການ ໃນການປະສານສົມທົບ ແລະ ອຳນວຍຄວາມສະດວກ ໂດຍມີໜ້າທີ່ດັ່ງນີ້:

  1. 1. ເປັນເສນາທິການສັງລວມ, ຮ່າງແຜນການ ແລະ ສະຫຼຸບລາຍງານ (3 ເດືອນ, 6 ເດືອນ ແລະ 1 ປີ);
  2. 2. ຕິດຕາມ, ຊຸກຍູ້ ແລະ ປະເມີນຜົນ ພ້ອມທັງບັນທຶກມະຕິ ແລະ ຄຳສັ່ງຈາກກອງປະຊຸມ;
  3. 3. ພົວພັນປະສານງານກັບອົງການຈັດຕັ້ງພຣະສົງ, ກະຊວງ ແລະ ພາກສ່ວນກ່ຽວຂ້ອງ;
  4. 4. ຄຸ້ມຄອງວຽກງານພິທີການ, ຮັບຮອງ ແລະ ຕ້ອນຮັບພຣະເຖລານຸເຖລະ ທັງພາຍໃນ ແລະ ຕ່າງປະເທດ;
  5. 5. ຄຸ້ມຄອງລະບົບເອກະສານຂາເຂົ້າ-ຂາອອກ, ການສຳເນົາ ແລະ ຈ້ຳຕາປະທັບ ໃຫ້ເປັນລະບົບ;
  6. 6. ຮ່າງ ແລະ ພິມເອກະສານທາງການ: ຄຳສັ່ງ, ແຈ້ງການ, ຂໍ້ຕົກລົງ, ໃບຍ້ອງຍໍ;
  7. 7. ຈັດຕັ້ງສະຖານທີ່ເຮັດວຽກ ແລະ ຄຸ້ມຄອງຊັບສິນ, ອຸປະກອນຮັບໃຊ້ຫ້ອງການ.
6
account_balance_wallet
ມາດຕາ 6

ສິດ ແລະ ໜ້າທີ່ ຄະນະກໍາມະການຮັບຜິດຊອບການເງິນ ແລະ ການບັນຊີ

expand_more

ມີພາລະບົດບາດເປັນເສນາທິການທາງດ້ານການເງິນ ແລະ ການບັນຊີ ໂດຍແບ່ງອອກເປັນ 2 ດ້ານ:

ກ. ວຽກງານບັນຊີ
  1. 1. ສັງລວມການສ້າງແຜນງົບປະມານ, ຕິດຕາມ ແລະ ກວດກາການນຳໃຊ້ງົບ;
  2. 2. ກວດກາ ແລະ ບັນທຶກລາຍຮັບ-ລາຍຈ່າຍ ເຂົ້າລະບົບບັນຊີ ຢ່າງຄົບຖ້ວນ;
  3. 3. ກວດກາແຜນການເບີກຈ່າຍ ພາຍໃນ 3–5 ວັນລັດຖະການ;
  4. 4. ສະຫຼຸບລາຍງານໜີ້ຕ້ອງຮັບ, ໜີ້ຕ້ອງຈ່າຍ ເປັນລາຍເດືອນ;
  5. 5. ລາຍງານການເງິນ-ບັນຊີ ເດືອນ, 3 ເດືອນ, 6 ເດືອນ ແລະ ປະຈຳປີ;
  6. 6. ສ້າງ ແລະ ພັດທະນາລະບົບບັນຊີກອງທຶນ ໃຫ້ໂປ່ງໃສ ກວດສອບໄດ້.
ຂ. ວຽກງານການເງິນ
  1. 1. ຄຸ້ມຄອງການຮັບເງິນສົດ ແລະ ເງິນບໍລິຈາກ ໃຫ້ເຂົ້າບັນຊີຊ້າສຸດ 3–5 ວັນ;
  2. 2. ຈັດຕັ້ງການເບີກຈ່າຍງົບ ໃຫ້ທັນ ແລະ ຖືກຕ້ອງ;
  3. 3. ຄຸ້ມຄອງລາຍຮັບ-ລາຍຈ່າຍ ໃຫ້ລະອຽດ, ສົມເຫດ ແລະ ໂປ່ງໃສ;
  4. 4. ຕິດຕາມ ແລະ ຄຸ້ມຄອງການນຳໃຊ້ປັດໄຈ ໃຫ້ຖືກຕ້ອງຕາມຈຸດປະສົງ;
  5. 5. ປະສານງານກັບທະນາຄານ ໃນການຄຸ້ມຄອງບັນຊີ;
  6. 6. ຈັດເກັບ ແລະ ຮັກສາໃບສຳຄັນຮັບ-ຈ່າຍ ໃຫ້ເປັນລະບົບ;
  7. 7. ລາຍງານສະພາບກະແສເງິນສົດ ແລະ ງົບຄົງເຫຼືອ ຢ່າງເປັນປົກກະຕິ.
7
campaign
ມາດຕາ 7

ສິດ ແລະ ໜ້າທີ່ ຄະນະກໍາມະການຮັບຜິດຊອບປະຊາສຳພັນ

expand_more

ມີພາລະບົດບາດເປັນເສນາທິການທາງດ້ານການປະຊາສຳພັນ ໂດຍມີໜ້າທີ່ ດັ່ງນີ້:

  1. 1. ຈັດຕັ້ງການເຜີຍແຜ່ ຜ່ານ Social Media ແລະ ສື່ມວນຊົນທຸກຂະແໜງ;
  2. 2. ຮັບຜິດຊອບເປັນໂຄສົກ ຖະແຫຼງຂ່າວ ແລະ ຕອບຂໍ້ຊັກຖາມ ຢ່າງເປັນທາງການ;
  3. 3. ວາງແຜນ ແລະ ດຳເນີນການຜະລິດສື່, ວິດີໂອ ແລະ ຮູບພາບວິຊາການ;
  4. 4. ສ້າງສັນລາຍການ, ຄລິບ (ບອກບຸນ) ແລະ ກິດຈະກຳລະດົມທຶນ ໂປ່ງໃສ;
  5. 5. ຄຸ້ມຄອງ Facebook Page, ເວັບໄຊ, ຖ່າຍທຳ, ຕັດຕໍ່ ແລະ ອັບໂຫຼດ;
  6. 6. ສ້າງສາຍພົວພັນ ກັບສັດທາຍາດ ເພື່ອລະດົມການຊ່ວຍເຫຼືອ;
  7. 7. ລາຍງານຜົນ ຕໍ່ຄະນະຫົວໜ້າກັມມາທິການ ຢ່າງເປັນປົກກະຕິ.
8
handyman
ມາດຕາ 8

ສິດ ແລະ ໜ້າທີ່ ຄະນະກໍາມະການຮັບຜິດຊອບສາທາຣະນູປະໂພກ

expand_more

ມີພາລະບົດບາດເປັນເສນາທິການທາງດ້ານສາທາຣະນູປະໂພກ ໂດຍມີໜ້າທີ່ ດັ່ງນີ້:

  1. 1. ຈັດຕັ້ງ ແລະ ບໍລິຫານສະຖານທີ່, ຈັດວາງໂຕະ-ຕັ່ງ ແລະ ອຸປະກອນກອງປະຊຸມ;
  2. 2. ຕິດຕາມ ແລະ ດູແລຮັກສາຄວາມສະອາດ ສະຖານທີ່ ແລະ ທີ່ພັກ;
  3. 3. ຈັດຫາ ແລະ ຄຸ້ມຄອງເຄື່ອງໃຊ້, ອາຫານ, ນ້ຳ ສຳລັບແຕ່ລະກິດຈະກຳ;
  4. 4. ບໍລິການ ແລະ ອຳນວຍຄວາມສະດວກ ໃຫ້ຄະນະ, ແຂກ ແລະ ຜູ້ເຂົ້າຮ່ວມ;
  5. 5. ຄຸ້ມຄອງ ແລະ ດູແລເຄື່ອງໃຊ້ສ່ວນລວມ ໃຫ້ພ້ອມ ແລະ ເປັນລະບຽບ.
9
task_alt
ມາດຕາ 9

ການຈັດຕັ້ງ

expand_more

ບັນດາຄະນະກໍາມະການຮັບຜິດຊອບ, ຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຂໍ້ກໍານົດສະບັບນີ້ ໃຫ້ມີປະສິດທິຜົນສູງ.

10
verified
ມາດຕາ 10

ຜົນສັກສິດ

expand_more

ຂໍ້ກໍານົດສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.