ໃນຄ່ຳຄືນວັນທີ 29 ເມສາ 2026 ທີ່ຜ່ານມາ, ຢູ່ທີ່ກົມມະລຽນ ພຣະທາດຫລວງວຽງຈັນ ອັນສັກສິດ, ກັມມາທິການສາທາຣະນູປະການສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ. ໄດ້ນຳພາຄະນະ ກັມມາທິການສາທາຣະນູປະການ ເຂົ້າຮ່ວມພິທີສະເຫລີມສະຫລອງ ວັນວິສາຂາບູຊາ. #ເມຕຕານຳພາຄະນະເຂົ້າຮ່ວມໂດຍ:
ໃນຄ່ຳຄືນວັນທີ 29 ເມສາ 2026 ທີ່ຜ່ານມາ, ຢູ່ທີ່ກົມມະລຽນ ພຣະທາດຫລວງວຽງຈັນ ອັນສັກສິດ, ກັມມາທິການສາທາຣະນູປະການສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ. ໄດ້ນຳພາຄະນະ ກັມມາທິການສາທາຣະນູປະການ ເຂົ້າຮ່ວມພິທີສະເຫລີມສະຫລອງ ວັນວິສາຂາບູຊາ.
#ເມຕຕານຳພາຄະນະເຂົ້າຮ່ວມໂດຍ:
1. ພຣະອາຈານໃຫຍ່ ບຸນທະວີ ປະສິດທິສັກ: ຮອງປະທານສູນກາງ ອພສ, ຫົວໜ້າກັມມາທິການສາທາຣະນູປະການສູນກາງ ອພສ.
2. ພຣະອາຈານໃຫຍ່ ບຸນເສີຍ ເພົາພາສິດ: ຄະນະບໍລິຫານງານປະຈຳການ ສູນກາງ ອພສ, ຮອງຫົວໜ້າກັມມາທິການສາທາຣະນູປະການສູນກາງ ອພສ.
3. ພຣະອາຈານ ສົມພອນ ແສງພະຈັນ: ຄະກັມມະການສູນກາງ ອພສ, ຫົວໜ້າຫ້ອງການກັມມາທິການສາທາຣະນູປະການສູນກາງ ອພສ.
4. ພຣະອາຈານ ສົມຈັນ ຂັນຕິສັກ: ຄະກັມມະການສູນກາງ ອພສ, ຄະນະກັມມາທິການສາທາຣະນູປະການສູນກາງ ອພສ.
5. ພະອາຈານ ສຸກທະພົນ ບຸນມີໄຊ: ຄະນະກັມມາທິການສາທາຣະນູປະການສູນກາງ ອພສ. ພ້ອມດ້ວຍຄະນະກັມມາທິການອີກຫລາຍອົງ ທີ່ໄດ້ຮ່ວມເດີນທາງມາເປັນເນື້ອນາບຸນໃນຄັ້ງນີ້.
#ກິດຈະກຳບຳເພັນກຸສົນພາຍໃນງານ:
ບັນຍາກາດພາຍໃນງານເຕັມໄປດ້ວຍຄວາມສະຫງົບ ແລະ ແສງທຽນແຫ່ງສັດທາ ໂດຍມີກິດຈະກຳສຳຄັນຕ່າງໆ ດັ່ງນີ້:
🔸 ໄຫ້ວພຣະຮັບສິນ: ເພື່ອຊຳລະຈິດໃຈໃຫ້ບໍລິສຸດກ່ອນເລີ່ມພິທີ.
🔸 ຟັງທັມມະເທດສະໜາ: ສະດັບຮັບຟັງປະຫວັດຄວາມເປັນມາອັນຊົງຄຸນຄ່າຂອງວັນວິສາຂາບູຊາ (ວັນປະສູດ, ຕຣັດສະຮູ້ ແລະ ປະຣິນິພພານ).
🔸 ສູດມົນສັນລະເສີນ: ຮ່ວມກັນສູດທັມມະຈັກກັປປະວັຕຕະນະສູດ ແລະ ບົດສູດໄຊຍະມົງຄຸນຕ່າງໆ.
🔸 ວຽນທຽນ: ນຳພາພຸດທະສາສະນິກກິຊົນ ວຽນທຽນອ້ອມອົງພຣະທາດຫລວງ ເພື່ອເປັນພຸດທະບູຊາ.
🔸 ຖວາຍຕົ້ນກາລະພຶກ: ຮ່ວມກັນບໍລິຈາກທານເພື່ອທະນຸບຳລຸງພຸດທະສາສະໜາ.
🔸 ຮັບພອນ ແລະ ຢາດນ້ຳ: ເພື່ອອຸທິດສ່ວນບຸນກຸສົນໃຫ້ແກ່ສັບພະສັດທັງຫລາຍ.
👉 ງານໃນຄັ້ງນີ້ ຍັງໄດ້ຮັບກຽດເຂົ້າຮ່ວມໂດຍ ຄອບຄົວການນຳພັກ-ລັດ ພ້ອມດ້ວຍພຸດທະສາສະນິກກິຊົນທັງພາຍໃນ ແລະຕ່າງປະເທດ ທີ່ມາຮ່ວມສ້າງບຸນບາລະມີຢ່າງພ້ອມພຽງກັນ.
🌼🪷 ຂໍໃຫ້ຜົນບຸນໃນຄັ້ງນີ້ ຈົ່ງດົນບັນດານໃຫ້ທຸກທ່ານ ປະສົບແຕ່ຄວາມສຸກ, ຄວາມຈະເລີນ ແລະ ມີສະຕິປັນຍາທີ່ແຈ້ງສະຫວ່າງດັ່ງແສງທຽນໃນຄືນວັນວິສາຂາບູຊານີ້ດ້ວຍເທີ້ນ. 🙏🙏🙏