#ຂໍອະນຸໂມທະນາບຸນນຳ ພຣະອາຈານໃຫຍ່ ບຸນເສີຍ ເພົາພາສິດ
newspaper ອຸປະຖໍາ schedule 1 ນາທີ

#ຂໍອະນຸໂມທະນາບຸນນຳ ພຣະອາຈານໃຫຍ່ ບຸນເສີຍ ເພົາພາສິດ

calendar_today 07/07/2026 person AOUD
arrow_back ກັບຄືນ
ໃນວັນທີ 07 ກໍລະກົດ 2026 ຜ່ານມານີ້, ໃນຫ້ອງປະຊຸມກັມມາທິການສາທາຣະນູປະການ ສູນກາງ ອພສ, ພຣະອາຈານໃຫຍ່ ບຸນເສີຍ ເພົາພາສິດ ຄະນະບໍລິຫານງານປະຈຳການ ສູນກາງ ອພສ, ຮອງຫົວໜ້າກັມມາທິການສາທາຣະນູປະການ ສູນກາງ ອພສ, ໄດ້ເມດຕາມອບເງິນສົມທົບທຶນເຂົ້າ “ກອງທຶນກັມມາທິການສາທາຣະນູປະການ ສູນກາງ ອພສ” ເປັນຈຳນວນເງິນທັງໝົດ 20,000,000 ກີບ (ຊາວລ້ານກີບ).

ການມອບປັດໄຈສົມທົບທຶນໃນຄັ້ງນີ້ ເພື່ອເປັນທຶນຮອນໃນການຂັບເຄື່ອນ, ບູລະນະປະຕິສັງຂອນ ພ້ອມທັງພັດທະນາວຽກງານສາທາຣະນູປະການ ຂອງ ອພສ ໃຫ້ມີຄວາມສະດວກ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຕໍ່ໜ້າ.

ຫ້ອງການກັມມາທິການສາທາຣະນູປະການ ສູນກາງ ອພສ ຂໍສະແດງຄວາມຮູ້ບຸນຄຸນຢ່າງສູງ ແລະ ຂໍອະນຸໂມທະນາໃນມະຫາກຸສົນເຈດຕະນາອັນແຮງກ້າຂອງ ພຣະອາຈານໃຫຍ່ ບຸນເສີຍ ເພົາພາສິດ ໂອກາດນີ້ດ້ວຍ.

ຂໍອຳນາດຄຸນພຣະສີຣັດຕະນະໄຕ ຈົ່ງດົນບັນດານໃຫ້ ພຣະອາຈານໃຫຍ່ ມີສຸຂະພາບພະລານາໄມທີ່ສົມບູນ, ມີອາຍຸວັນນະ ສຸຂະ ພະລະ ເປັນຮົ່ມໂພຮົ່ມໄຊໃຫ້ແກ່ອອກຕົນຍາດໂຍມ ແລະ ສິດສານຸສິດ ສືບຕໍ່ທຳນຸບຳລຸງພຣະພຸດທະສາສະໜາໃຫ້ຈະເລີນຮຸ່ງເຮືອງສືບໄປເທີ້ນ. 🙏🙏
spa