ໃນວັນທີ 07 ກໍລະກົດ 2026 ນີ້, ຢູ່ທີ່ຫ້ອງປະຊຸມກັມມາທິການສາທາຣະນູປະການ, ສຳນັກງານປະທານສົງ ສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ) ໄດ້ມີການຈັດກອງປະຊຸມຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ ຂຶ້ນຢ່າງເປັນທາງການ.
ກອງປະຊຸມຄັ້ງນີ້ ໄດ້ຮັບຄວາມເມດຕາຢ່າງສູງຈາກ ພຣະອາຈານໃຫຍ່ ບຸນທະວີ ປະສິດທິສັກ ຮອງປະທານສູນກາງ ອພສ, ຫົວໜ້າກັມມາທິການສາທາຣະນູປະການ ສູນກາງ ອພສ ເປັນປະທານກອງປະຊຸມ, ພ້ອມດ້ວຍພຣະອາຈານໃຫຍ່ ຮອງຫົວໜ້າກັມມາທິການ ແລະ ຄະນະກັມມາທິການທຸກອົງເຂົ້າຮ່ວມຢ່າງພ້ອມພຽງ.
ການດຳເນີນກອງປະຊຸມໃນຄັ້ງນີ້ ໄດ້ແບ່ງອອກເປັນ 2 ວາລະສຳຄັນ ຄື ພາກເຊົ້າ ແລະ ພາກບ່າຍ ໂດຍມີລາຍລະອຽດດັ່ງນີ້:
ພາກເຊົ້າ (ຄົ້ນຄວ້າສິດ ແລະ ໜ້າທີ່ ຂອງກັມມາທິການ):
ເລີ່ມຕົ້ນໃນເວລາ 08:00-11:00 ໂມງ, ກອງປະຊຸມໄດ້ສຸມໃສ່ການຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບສິດ ແລະ ໜ້າທີ່ (ພາລະບົດບາດ) ຂອງກັມມາທິການສາທາຣະນູປະການ ສູນກາງ ອພສ ເພື່ອຮຽບຮຽງ ແລະ ປັບປຸງໃຫ້ມີຄວາມສົມບູນ ຕົກລົງເປັນເອກະພາບ ກ່ອນຈະສົ່ງຕໍ່ໃຫ້ຫ້ອງການບໍລິຫານງານ ສູນກາງ ອພສ ພິຈາລະນາໃນຂັ້ນຕໍ່ໄປ.
ພາກບ່າຍ (ກອງປະຊຸມຄົບຄະນະ ຄັ້ງທີ 3 ແລະ ວາງແຜນວຽກງານຕໍ່ໜ້າ):
ຕໍ່ມາໃນເວລາ 13:30-16:00 ໂມງ, ໄດ້ມີການດຳເນີນກອງປະຊຸມຄົບຄະນະ ຄັ້ງທີ 3 ເພື່ອຮ່ວມກັນສະຫຼຸບຕີລາຄາວຽກງານສາທາຣະນູປະການ ທີ່ສາມາດຈັດຕັ້ງປະຕິບັດໄດ້ຮັບຜົນສຳເລັດໃນໄລຍະຜ່ານມາ.
ພ້ອມດຽວກັນນັ້ນ, ຄະນະກັມມາທິການກໍໄດ້ຮ່ວມກັນປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ເພື່ອວາງທິດທາງແຜນການເຄື່ອນໄຫວວຽກງານໃນຕໍ່ໜ້າໃຫ້ມີຄວາມຮັດກຸມ ແລະ ຕໍ່ເນື່ອງ.
ກອງປະຊຸມຕະຫຼອດທັງວັນໄດ້ດຳເນີນໄປດ້ວຍບັນຍາກາດອັນ
ສະຫງ່າຜ່າເຜີຍ ແລະ ສະຫງົບຮຽບຮ້ອຍ, ເຊິ່ງຄະນະພຣະອາຈານທຸກອົງໄດ້ເມດຕາປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອຊອກຫາທິດທາງ ພ້ອມທັງວິທີການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິພາບສູງສຸດ.
ທັງນີ້ ກໍແນໃສ່ເຮັດໃຫ້ວຽກງານສາທາຣະນູປະການຂອງ ອພສ ໄດ້ຮັບການພັດທະນາ, ຫັນເປັນທັນສະໄໝ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເພື່ອເປັນຮາກຖານອັນເຂັ້ມແຂງໃນການເກື້ອໜູນ ແລະ ທຳນຸບຳລຸງພຣະພຸດທະສາສະໜາໃຫ້ຈະເລີນຮຸ່ງເຮືອງສືບໄປ.
spa