ກອງປະຊຸມຄົບຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ  ສະໄໝ IX, ຄັ້ງທີ II
schedule 1 ນາທີ

ກອງປະຊຸມຄົບຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ ສະໄໝ IX, ຄັ້ງທີ II

Plenary Meeting of the Central Committee of the Buddhist Association of Laos, IX, Session II On the morning of May 18, 2026,

calendar_today 02/06/2026 person Super Admin
arrow_back ກັບຄືນ
format_quote ສະຫຼຸບຫຍໍ້

#ກອງປະຊຸມຄົບຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ ສະໄໝ IX, ຄັ້ງທີ II ໃນຕອນເຊົ້າຂອງວັນທີ 18 ພຶດສະພາ 2026 ເວລາ 08:30 – 11:00 ໂມງ, ໄດ້ມີການຈັດກອງປະຊຸມຄົບຄະນະກັມມາທິການສາທາຣະນູປະການ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ສະໄໝ IX, ຄັ້ງທີ II ທີ່ຫ້ອງປະຊຸມ ສຳນັກງານປະທານສູນກາງ ອພສ.

#ກອງປະຊຸມຄົບຄະນະກັມມາທິການສາທາຣະນູປະການ ສູນກາງ ອພສ ສະໄໝ IX, ຄັ້ງທີ II
ໃນຕອນເຊົ້າຂອງວັນທີ 18 ພຶດສະພາ 2026 ເວລາ 08:30 – 11:00 ໂມງ, ໄດ້ມີການຈັດກອງປະຊຸມຄົບຄະນະກັມມາທິການສາທາຣະນູປະການ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ສະໄໝ IX, ຄັ້ງທີ II ທີ່ຫ້ອງປະຊຸມ ສຳນັກງານປະທານສູນກາງ ອພສ.
#ກອງປະຊຸມຄັ້ງນີ້ ໄດ້ຮັບຄວາມເມຕຕາເປັນປະທານກອງປະຊຸມໂດຍ:
1. ພຣະອາຈານໃຫຍ່ ບຸນທะວີ ປະສິດທິສັກ ຮອງປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ຫົວໜ້າກັມມາທິການສາທາຣະນູປະການ ສູນກາງ ອພສ.
#ພ້ອມນີ້, ມີພຣະອາຈານຮອງຫົວໜ້າກຳມາທິການ ເຂົ້າຮ່ວມຢ່າງພ້ອມພຽງ:
1. ພຣະອາຈານໃຫຍ່ ຄຳວັນ ວໍລະເດດ ຄະນະບໍລິຫານງານປະຈຳການ ສູນກາງ ອພສ, ຮອງຫົວໜ້າກັມມາທິການສາທາຣະນູປະການ ສູນກາງ ອພສ.
2. ພຣະອາຈານ ບຸນເສີຍ ເພົາພາສິດ ຄະນະບໍລິຫານງານປະຈຳການ ສູນກາງ ອພສ, ຮອງຫົວໜ້າກັມມາທິການສາທາຣະນູປະການ ສູນກາງ ອພສ.
3. ພຣະອາຈານ ພົງສະຫວັນ ອານຸສິນ ຄະນະບໍລິຫານງານປະຈຳການ ສູນກາງ ອພສ, ຮອງຫົວໜ້າກັມມາທິການສາທາຣະນູປະການ ສູນກາງ ອພສ.
🔸 ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້:
1. ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການຮອງຮັບບຸກຄະລາກອນໃໝ່ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ.
2. ເຜີຍແຜ່ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນໃຫ້ຈະແຈ້ງ.
3. ສະຫຼຸບຜົນງານທີ່ສຳເລັດ ແລະ ຕີລາຄາຄືນວຽກງານການບູລະນະຫ້ອງການກຳມາທິການສາທາຣະນູປະການ ໃນໄລຍະຜ່ານມາ.
4. ປຶກສາຫາລື, ຖອດຖອນບົດຮຽນກ່ຽວກັບວຽກງານທີ່ຍັງຄົງຄ້າງ ແລະ ສະເໜີທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ.
ໃນຕອນທ້າຍ, ຄະນະກຳມາທິການສາທາຣະນູປະການ ສູນກາງ ອພສ ໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອຮ່ວມກັນແກ້ໄຂບັນຫາທີ່ຍັງຄົງຄ້າງ, ນຳໄປຄົ້ນຄວ້າປັບປຸງໃຫ້ມີຄວາມສົມບູນຄົບຖ້ວນ ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້ທຸກປະການ.
spa