ໃນຕອນສວຍ ຂອງວັນທີ 27 ມິຖຸນາ 2026 ຜ່ານມານີ້, ຢູ່ທີ່ບ້ານຫີນດານ (ຄຸ້ມແກ້ງຟ້າວ) ເມືອງວາປີ ແຂວງສາລະວັນ ໄດ້ຈັດພິທີມອບ-ຮັບເງິນອຸປະຖຳຊ່ວຍເຫຼືອ ເພື່ອສົມທົບທຶນໃນການກໍ່ສ້າງໂຮງຮຽນປະຖົມບ້ານຫີນດານ ຢ່າງເປັນທາງການ, ລວມມູນຄ່າທັງໝົດ 100,000,000 ກີບ (ໜຶ່ງຮ້ອຍລ້ານກີບ).
🙏 ປັດໄຈອຸປະຖຳໃນຄັ້ງນີ້ ໄດ້ຮັບຄວາມເມດຕາຈາກ:
1. ພຣະອາຈານ ສົມພອນ ແສງພະຈັນ ຄະນະກຳມະການສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ, ທັງເປັນ ຫົວໜ້າຫ້ອງການ ກັມມາທິການສາທາຣະນູປະການ ສູນກາງ ອພສ ພ້ອມດ້ວຍຄະນະສົງ.
2. ພຣະອາຈານ ໂກສາຣາ ແລະ ທ່ານ ຈື້ຊ້ານ ຈາກສາທາລະນະລັດ ປະຊາຊົນຈີນ (ສປ ຈີນ).
ໂດຍມີ ພຣະອາຈານ ນະໂມ ຫອມສົມບັດ, ທ່ານນາຍບ້ານ, ຄະນະການຈັດຕັ້ງບ້ານ, ເຖົ້າແກ່ແນວໂຮມ, ຕະຫຼອດຮອດອອກຕົນຍາດໂຍມ, ປະຊາຊົນ ແລະ ນ້ອງໆນັກຮຽນພາຍໃນບ້ານຫີນດ່ານ ເຂົ້າຮ່ວມຮັບປັດໄຈອຸປະຖໍາ ແລະ ຕ້ອນຮັບຢ່າງພ້ອມພຽງກັນ.
ໃນພິທີດັ່ງກ່າວ, ພຣະອາຈານ ສົມພອນ ແສງພະຈັນ ໄດ້ມີຄຳຊີ້ນຳໂອລົມ ແລະ ໃຫ້ທັມມະຄຳສັ່ງສອນອັນເປັນມຸງຄຸນ ແກ່ອອກຕົນຍາດໂຍມ ພ້ອມດ້ວຍນ້ອງນ້ອຍນັກຮຽນ ເພື່ອເປັນຂວັນ ແລະ ກຳລັງໃຈໃຫ້ແກ່ນ້ອງໆນັກຮຽນ ໃຫ້ມີຄວາມດຸໝັ່ນຫ້າວຫັນ, ຕັ້ງໜ້າສຶກສາຮຽນຮູ້ ເພື່ອເຕີບໃຫຍ່ເປັນບຸກຄະລາກອນທີ່ມີຄຸນນະພາບຂອງຊາດໃນອະນາຄົດ.
ໂອກາດດຽວກັນ, ຕາງໜ້າຄະນະການຈັດຕັ້ງບ້ານ ແລະ ທ່ານນາຍບ້ານ ກໍໄດ້ກ່າວຄຳອະນຸໂມທະນາຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນເປັນຢ່າງຍິ່ງ ມາຍັງຄະນະສົງຈາກນະຄອນຫຼວງວຽງຈັນ ແລະ ຄະນະສັດທາຜູ້ໃຈບຸນຈາກ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້; ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາປັດໄຈທີ່ໄດ້ຮັບໃນຄັ້ງນີ້ ໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ, ມີຄວາມໂປ່ງໃສ ແລະ ຈະເລັ່ງດຳເນີນການກໍ່ສ້າງໂຮງຮຽນໃຫ້ສຳເລັດເສັດສິ້ນຕາມແຜນການທີ່ວາງໄວ້ ເພື່ອໃຫ້ລູກຫຼານພາຍໃນບ້ານໄດ້ມີສະຖານທີ່ຮຽນໜັງສືທີ່ດີຂຶ້ນ.
ພາຍຫຼັງເສັດສິ້ນພິທີການທາງການແລ້ວ, ຄະນະອຸປະຖຳກໍໄດ້ມີກິດຈະກຳແຈກຢາຍເຂົ້າໜົມ ແລະ ເຄື່ອງດື່ມ (ນ້ຳສົ້ມ, ນ້ຳຫວານ) ໃຫ້ແກ່ນ້ອງໆນັກຮຽນ ແລະ ຍາດໂຍມທີ່ເຂົ້າຮ່ວມງານ, ເຮັດໃຫ້ບັນຍາກາດເຕັມໄປດ້ວຍຮອຍຍິ້ມ, ຄວາມເບີກບານມ່ວນຊື່ນ ແລະ ຄວາມອົບອຸ່ນເປັນຢ່າງຍິ່ງ. ຈາກນັ້ນ, ທາງບ້ານກໍໄດ້ຮ່ວມກັນຖວາຍພັດຕາຫານເພນແດ່ພຣະພິກຂຸສົງ ເພື່ອເປັນສິລິມຸງຄຸນ ກ່ອນທີ່ຄະນະສົງຈະກ່າວຄຳອຳລາອອກຕົນຍາດໂຍມ ແລະ ເດີນທາງກັບດ້ວຍຄວາມສະຫວັດດິພາບ.

spa